The Tower of Babel (Genesis 11: 1-9)

ພາສາລາວ (Lao)

ຫໍຄອຍ​ເມືອງບາ­ເບນ

  1. ແຕ່​ທຳ​ອິດ ມະນຸດ​ໃນ​ໂລກ​ເວົ້າ​ພາສາ​ດຽວ​ກັນ ແລະ​ໃຊ້​ຄຳ​ເວົ້າ​ແບບ​ດຽວ​ກັນ.
  2. ຢູ່​ມາ​ເມື່ອ​ພວກ​ເຂົາ​ໄດ້​ຍົກຍ້າຍ​ໄປ​ທາງ​ ທິດຕາເວັນອອກ​ພວກ​ເຂົາ​ຈຶ່ງ​ພົບ​ທົ່ງ​ຮາບ​ພຽງ​ແຫ່ງ​ໜຶ່ງ​ໃນ​ປະເທດຊີ­ນາ ແລ້ວ​ໄດ້​ຕັ້ງ​ຖິ່ນ​ຖານ​ຢູ່​ທີ່​ນັ້ນ.
  3. ພວກ ​ເຂົາ​ໄດ້​ເວົ້າ​ວ່າ, “ເອົາເທາະ! ພວກ​ເຮົາ​ພາກັນ​ປັ້ນ​ດິນຈີ່ ແລ້ວ​ເຜົາ​ໃຫ້​ມັນ​ແຂງ​ດີ” ດັ່ງນັ້ນ ພວກ​ເຂົາ​ຈຶ່ງ​ມີ​ດິນຈີ່​ສຳລັບ​ກໍ່ສ້າງ ແລະ​ມີ​ຢາງ​ໃຊ້​ຕາງ​ປະທາຍ.
  4. ແລ້ວ ​ພວກ​ເຂົາ​ເວົ້າ​ວ່າ, “ບັດ​ນີ້ ພວກ​ເຮົາ​ພາກັນ​ສ້າງ​ເມືອງ​ຂອງ​ພວກ​ເຮົາ ພ້ອມ​ທັງ​ກໍ່​ຫໍຄອຍ​ໃຫ້​ມີ​ຍອດ​ສູງ​ຈຸ​ຟ້າ​ພວກ​ເຮົາ​ຄວນ​ສ້າງ​ຊື່​ສຽງ​ໄວ້ ເພື່ອ​ເຮົາ​ຈະ​ບໍ່​ໄດ້​ພັດ​ພາກ​ຈາກ​ກັນ​ໄປ​ໃນ​ໂລກ​ນີ້.”
  5. ແລ້ວ​ ພຣະອົງ​ຈຶ່ງ​ສະເດັດ​ລົງ​ມາ​ທອດ​ພຣະເນດ​ເມືອງ​ແລະ​ຫໍຄອຍ​ສູງ​ທີ່​ມະນຸດ​ໄດ້​ ສ້າງ​ຂຶ້ນ.
  6. ພຣະອົງ​ຊົງ​ກ່າວ​ວ່າ, “ບັດ​ນີ້ ມະນຸດ​ທ້ອນໂຮມ​ກັນ​ເປັນ​ອັນ​ໜຶ່ງ​ອັນ​ດຽວ ເຂົາ​ເວົ້າ​ພາສາ​ດຽວ​ກັນ ນີ້​ກໍ​ເປັນ​ພຽງ​ຂັ້ນ​ເລີ້ມ​ຕົ້ນ​ທີ່​ເຂົາ​ໄດ້​ກະທຳ​ມາ ໃນ​ຂັ້ນ​ຕໍ່​ໄປ ພວກ​ເຂົາ​ກໍ​ຈະ​ສາມາດ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຂົາ​ປາຖະໜາ​ຢາກ​ເຮັດ.
  7. ສະນັ້ນ ເຮົາ​ຕ້ອງ​ລົງ​ໄປ​ເຮັດ​ໃຫ້​ພາສາ​ຂອງ​ເຂົາ​ແຕກ​ຕ່າງ​ກັນ ເພື່ອ​ພວກ​ເຂົາ​ຈະ​ເວົ້າ​ບໍ່​ເຂົ້າໃຈ​ກັນ​ອີກ.”
  8. ແລ້ວ​ ພຣະຜູ້ເປັນເຈົ້າ ຊົງ​ເຮັດ​ໃຫ້​ພວກ​ເຂົາ​ພັດ​ພາກ​ຈາກ​ກັນ​ໄປ​ຢູ່​ທົ່ວ​ທຸກ​ແຫ່ງ​ໃນ​ໂລກ​ພວກ​ ເຂົາ​ຈຶ່ງ​ເຊົາ​ສ້າງ​ເມືອງ​ນັ້ນ.
  9. ດ້ວຍ ​ເຫດ​ນັ້ນ ເມືອງ​ນີ້​ຈຶ່ງ​ມີ​ຊື່ວ່າບາ­ເບນ ເພາະວ່າ​ບ່ອນ​ນີ້​ເປັນ​ບ່ອນ​ທີ່​ພຣະຜູ້ເປັນເຈົ້າ ໄດ້​ຊົງ​ເຮັດ​ໃຫ້​ພາສາ​ຂອງ​ເຂົາ​ແຕກ​ຕ່າງ​ກັນ ແລະ​ເຮັດ​ໃຫ້​ມະນຸດ​ພັດ​ພາກ​ຈາກ​ກັນ​ໄປ​ທົ່ວ​ທຸກ​ແຫ່ງ​ໃນ​ໂລກ.

Information about Lao | Phrases | Numbers | Family words | Tower of Babel | Learning materials

Tower of Babel in Tai-Kadai languages

Kam, Lao, Shan, Thai

Other Tower of Babel translations

By language | By language family

[top]


Green Web Hosting - Kualo

Why not share this page:

 

Learn a Language with gymglish

If you like this site and find it useful, you can support it by making a donation via PayPal or Patreon, or by contributing in other ways. Omniglot is how I make my living.

 

Note: all links on this site to Amazon.com, Amazon.co.uk and Amazon.fr are affiliate links. This means I earn a commission if you click on any of them and buy something. So by clicking on these links you can help to support this site.

Get a 30-day Free Trial of Amazon Prime (UK)

If you're looking for home or car insurance in the UK, why not try Policy Expert?

[top]

iVisa.com